Information Technology

วันพุธที่ 27 กุมภาพันธ์ พ.ศ. 2562

IT Computer


ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ອັງ​ກິດ: computer) ຫຼື ອອກດີນາເຕີ (ຝ​ຣັ່ງ: Ordinateur) ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະ ປະມວນຜົນ ທີ່ມີຄວາມຊັບຊ້ອນ. ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, 
ຮູບພາບ ຫຼື ສຽງ.



ເຄື່ອງຄໍານວນອັນທໍາອິດຂອງ ໂລກແມ່ນລູກຄິດ (Abacus) ເຊິ່ງແມ່ນຊາວຈີນເປັນຜູ່ຄິດຄົ້ນຂຶ້ນມາເມື່ອ 500 ປີ ກ່ອນ ຄ.ສ.



ໄລຍະແຫ່ງການພັດທະນາຂອງຄອມພິວເຕີ

    ຄອມພິວເຕີເຄື່ອງທໍາອິດຂອງໂລກແມ່ນຖືກສ້າງຂຶ້ນໃນປີ  1946 ມີຊື່ວ່າ: ENIAC (Electron Numerical Integrator and Calculator) ມີນໍ້າຫນັກ  30  ໂຕນ  ເປັນຜົນງານຂອງທະຫານອາເມຣິກາ ທີ່ສ້າງຂຶ້ນມາໃຊ້ໃນສົງຄາມໂລກຄັ້ງທີສອງ.



➾ ຍຸກທີ 1: (ຄ.ສ 1954-1958) ເປັນຍຸກຄອມພິວເຕີແບບໃຊ້ຫລອດສູນ ຍາກາດ  (Vacuum Tube) ເຊິ່ງໂຕເຄື່ອງມີຂະຫນາດໃຫຍ່ ໃຊ້ໄຟຟ້າຫລາຍ ເຮັດໃຫ້ມີຄວາມຮ້ອນສູງ



➾ ຍຸກທີ 2: (ຄ.ສ 1959-1964) ເປັນຍຸກຄອມພິວເຕີທີ່ໃຊ້ Transistor ເປັນວົງຈອນ ແລະ ໃຊ້ວົງແຫວນແມ່ເຫລັກເປັນຫນ່ວຍຄວາມ ຈໍາ  ເຮັດໃຫ້ໂຕເຄື່ອງນ້ອຍກວ່າຍຸກທໍາອິດ  ໃຊ້ໄຟຟ້າຫນ້ອຍລົງ ແລະມີຄວາມຊັດ ເຈນໃນການປະມວນຜົນຫລາຍຂຶ້ນ.ການພັດທະນາຂອງຄອມພິວເຕີ



➾ ຍຸກທີ 3: (ຄ.ສ 1965-1970) ເປັນຍຸກທີ່ໃຊ້ວົງຈອນ IC (Integrated Circuit) ເຊິ່ງນໍາໃຊ້ສານເຄິ່ງຕົວນໍາມາບັນຈຸວົງຈອນ  Logicໄວ້ແລ້ວພິມລົງແຜ່ນຊິລິຄອນ  (Silicon)  ເອີ້ນວ່າ “Chip”


➾ ຍຸກທີ 4: (ຄ.ສ 1971-1980) ເປັນຍຸກທີ່ໃຊ້ວົງຈອນ LSI (Large- Scale Integrated Circuit)  ເປັນການລວມເອົາວົງຈອນ  IC ຫລາຍໆໂຕມາໄວ້ໃນ Chip  ນຶ່ງອັນ  ເຊິ່ງໃນຍຸກນີ້ເອງທີ່ CPU  ຫລື Micro Processor ຖືກໍາເນີດຂຶ້ນ.



➾ ຍຸກທີ 5: (ຄສ 1981-ປັດຈຸບັນ) ເປັນຍຸກຄອມພິວເຕີທີ່ໃຊ້ວົງຈອນ VLSI (Very Large-Scale Integrated Circuit)ເປັນການ ພັດທະນາ Microprocessor ໃຫ້ມີປະສິດທິພາບເພີ່ມຂຶ້ນອີກ.


ຂໍຂອບໃຈ ແຫລ່ງຂໍ້ມູນ ອ້າງອິງຈາກ:
http://computershoped.blogspot.com/2016/11/blog-post_22.html

ຜົນ​ກະທົບ​ຂອງ​ເທັກໂນໂລຊີ








ເທັກໂນໂລຊີ​ຂໍ້ມູນຂ່າວສານ ມີບົດບາດ​ສໍາຄັນໃນການດໍາລົງ​ຊີວິດ​ປະຈຳ​ວັນ ​ຂອງ​ມະນຸດ​ຫລາຍ​ຂຶ້ນ​ ເຊິ່ງໃນຂະນະ​ດຽວ​ກັນນັ້ນ ​ເຄື່ອງ​ຄອມພິວເຕີ ​ກໍມີລາ​ຄາ​ຖືກ​ລົງ​ ດັ່ງ​ນັ້ນ, ​ການ​ປະ​ຍຸກໃຊ້ ​ຂໍ້ມູນຂ່າວສານ​ກັບ​ງານ​ຕ່າງ​ໆ​ ຈຶ່ງ​ເປັນ​ໄປ​ຢ່າງ​ກວ້າງ​ຂວາງ​ ຊຶ່ງ​ການ​ປະ​ຍຸກ​ໃຊ້​ເທັກ​ໂນ​ໂລ​ຊີນັ້ນ ​ມີ​ຜົນ​ກະທົບ​ຕໍ່​ການ​ດຳ​ລົງ​ຊີວິດ​ຂອງ​ມະນຸດ ​ທັງໃນດ້ານ​ບວກ ​ແລະ ​ດ້ານ​ລົບ​ ດັ່ງ​ນີ້​:

1.   ຜົນກະທົບທາງດ້ານບວກຂອງເທັກໂນໂລຊີ
  1) ດ້ານ​ຄຸນະພາບ​ຊີວິດເທັກໂນໂລຊີຂໍ້ມູນຂ່າວສານ ເຮັດໃຫ້​ໄດ້ຮັບ​ຄວາມສະດວກ​ສະບາຍ​ຂຶ້ນ​ ໄດ້​ແກ່​:

-    ມະນຸດ​ໃຊ້​ເທັກ​ໂນ​ໂລ​ຂີ​ຄອມພິວເຕີ ​ແລະ​ ໂປຣ​ແກຣມ Office ​ຊ່ວຍ​ໃຫ້​ເກີດ​ຄວາມ​ວ່ອງໄວ ​ແລະ ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກງານໄດ້ດີຍິ່ງຂື້ນ.​

-    ມະນຸດ​ໃຊ້​ລະບົບ​ໂທລະຄົມມະນາຄົມ​ໃນ​ການ​ສື່​ສານ​ທີ່ວ່ອງໄວ ເຊັ່ນ:​ ການ​ໃຊ້​ໂທລະ​ສັບ​ເຄື່ອນ​ທີ່​ຕິດ​ຕໍ່​ສື່​ສານ​ໃນ​ຂະນະ​ເດິນທາງ​ໄປ​ຍັງ​ທີ່​ຕ່າງ​ໆ​ ມະນຸດ​ໃຊ້​ຮຸ່ນຍົນ​ຊ່ວຍ​ໃນ​ອຸດສາຫະກຳ​ການ​ຜະລິດ ​ທີ່​ຕ້ອງ​ສ່ຽງ​ກັບ​ອັນຕະລາຍ​ ຫລື​ ໃນ​ງານ​ທີ່​ຕ້ອງ​ການ​ຄວາມ​ແມ່ນ​ຢຳ ​ແລະ ​ຄວາມ​ວ່ອງໄວ​ໃນ​ການ​ຜະລິດ​ ເຊັ່ນ:​ ຫຸ່ນ​ຍົນ​​ສຳລັບ​ງານ​ສຳຫຼວດ,​ ຫຸ່ນ​ຍົນ​ທີ່​ໃຊ້​ງານ​ໃນ​ອະວະ​ກາດ​ ເປັນ​ຕົ້ນ.

-  ມະນຸດ​ນຳ​ເອົາເທັກໂນໂລຢີ​ຂໍ້ມູນຂ່າວສານ ມາປະຍຸກ​ໃຊ້​ໃນ​ດ້ານ​ການ​ແພດ ​ໃຫ້​ມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ຂຶ້ນ​ຫລາຍ​ ເຊັ່ນ:​ ເຄື່ອງ​ມື​ກວດ​ຄື້ນ​ຫົວ​ໃຈ​ທີ່​ທັນ​ສະໄໝ​ ມີ​ເຄື່ອງ​ເອັກ​ຊະ​ເຣ​ພາກ​ຕັດ​ຂວາງ​ ທີ່​ສາມາດ​ກວດ​ເບິ່ງ​ອະໄວຍະວະ​ຕ່າງ​ໆ​ ຂອງ​ຮ່າງກາຍ​ໄດ້​ຢ່າງ​ລະອຽດ.

2).   ດ້ານ​ສັງຄົມ​ຂໍ້ມູນຂ່າວສານ ​ມີ​ຜົນ​ກະທົບ​ທາງ​ດ້ານ​ບວກ​ຕໍ່​ສັງຄົມ​ ດັ່ງ​ນີ້​:

-    ເທັກໂນໂລຊີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ຈາກ​ສັງຄົມ​ອຸດສາຫະກຳ​ມາ​ເປັນ ​ຂໍ້ມູນຂ່າວສານ ແລະ ການສື່ສານ ​ກ່າວ​ຄື ​ເປັນ​ສັງຄົມ​ທີ່​ໃຊ້ຂໍ້ມູນຂ່າວສານ ​ໃນ​ການ​ຕັດ​ສິນ​ໃຈ ​ແລະ​ ການ​ກະ​ຈາຍ​ຂໍ້​ມູນ​ຂ່າວ​ສານ​ໄປ​ໄດ້​ທົ່ວ​ທຸກ​ຫົນ​ແຫ່ງ ​ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສະເໝີ​ພາກ​ເທົ່າ​ທຽມ​ກັນ​ໃນ​ສັງຄົມ​.
-    ເທັກໂນໂລຢີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ຊຸມ​ຊົນ​ເຫມືອນ​ ຊຶ່ງ​ເປັນ​ກຸ່ມ​ຄົົນທີ່​ມີ​ຄວາມ​ສົນ​ໃຈ​ເລື່ອງ​ດຽວ​ກັນ​ ສາມາດ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ ຄວາມ​ຮູ້​ຊຶ່ງ​ກັນ​ ແລະ​ ກັນ​ໄດ້​ ແລະ ​ຄວາມ​ຮູ້​ເຫຼົ່າ​ນີ້ ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ລະບົບ​ຄອມພິວເຕີ ​ແລະ ​ສາມາດ​ເອີ້ນ​ໃຊ້​ໄດ້​ຕາມ​ຕ້ອງ​ການ.

3). ດ້ານ​ການ​ຮຽນ​ການ​ສອນ​ ເທັກໂນໂລຊີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ປະ​ສິດ​ທິ​ພາບ​ການ​ຮຽນ​ຮູ້ ດັ່ງນີ້:​

 -    ການສ້າງ​ໂປຣ​ແກຣມ​ຈຳ​ລອງ​ສະຖານນະການ​ຕ່າງ​ໆ ​ ເຮັດໃຫ້​ນັກ​ຮຽນ​ເຂົ້າໃຈ​ເນື້ອຫາຂອງ​ບົດ​ຮຽນ​ໄດ້​ຢ່າງ​ຊັດເຈນ​ ເຊັ່ນ​: ການ​ຈຳ​ລອງ​ສະພາ​ວະ​ສິ່ງ​ແວດ​ລ້ອມ​: ການ​ຈຳ​ລອງ​ລະບົບ​ມົນລະ​ພາ​ວະ​,  ການ​ຈຳ​ລອງ​ການ​ໄຫຼ​ຂອງ​ຂອງ​ແຫລວ​ ຫລື​ ແມ່ນແຕ່​ ການ​ນຳ​ເອົາ​ຄອມພິວເຕີ​ມາ​ຈຳ​ລອງ​ໃຫ້​ຜູ້​ຮຽນ​ໄດ້​ຢູ່ໃນ​ສະພາບ​ທີ່​ເຫມືອນ​ຈິງ​ ເຊັ່ນ​: ຈຳ​ລອງ​ການ​ແລ່ນ​ເຮືອ​, ຈຳ​ລອງ​ການ​ຂັບ​ເຄື່ອງ​ບິນ,​ ຈຳ​ລອງ​ການ​ຂັບລົດ​ ເປັນ​ຕົ້ນ;​ ຊຶ່ງ​ຫຼຸດ​ຄວາມ​ຜິດ​ພາດ​ຈາກ​ຄວາມ​ເສຍ​ຫາຍ ​ແລະ ​ຄວາມ​ສ່ຽງ​ຈາກ​ການ​ໄດ້ຮັບ​ອັນຕະລາຍ​ຂອງ​ຜູ້​ຮຽນ​ລົງ​ໄດ້.​

-     ເທັກໂນໂລຢີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ການ​ຮຽນ​ຮູ້​ຕະຫລອດ​ຊີວິດ​ (Lifelong learning) ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ​ ເຊັ່ນ:​ ການ​ປ່ຽນ​ແປງ​ຂອງ​ສັງຄົມ,​ ການ​ເມືອງ​, ເສດຖະກິດ​ໂລກ​ ລວມເຖິງ​ເທັກ​ໂນ​ໂລ​ຊ່​ທີ່ວ່ອງໄວ​ ເຮັດໃຫ້​ມະນຸດ​ຕ້ອງພັດທະນາ​ຕົນເອງ​ ແລະ ​ປັບ​ຕົນເອງ​ໃຫ້​ກ້າວ​ທັນ​ຄວາມ​ປ່ຽນ​ແປງ​ຕ່າງ​ໆ​ ໂດຍ​ການ​ຮຽນ​ຮູ້​ດ້ວຍ​ຕົນເອງ​ຈາກ​ແຫຼ່ງ​ຄວາມ​ຮູ້​ຕ່າງ​ໆ​ ທົ່ວ​ໂລກ​.

2.  ຜົນກະທົບທາງດ້ານລົບ ຂອງເທັກໂນໂລຊີ

 1) ຄຸນ​ນະ​ພາບ​ຊີ­ວິດເທັກໂນໂລຊີຂໍ້ມູນຂ່າວສານ ກໍ່­ໃຫ້­ເກີດ​ຜົນ​ກະ­ທົບ​ດ້ານ​ຄຸນ​ນະ​ພາບ​ຊີ­ວິດ ຊຶ່ງ​ສ່ວນ​ໃຫຍ່​ມັກ​ເກີດ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ກາຍ​ ແລະ ​ສຸຂະ­ພາບ​ຈິດ ດັ່ງ­ນີ້:

-    ພະ­ຍາດ​ອັນ​ເກີດ​ຈາກ​ການ​ໃຊ້​ງານ​ເຄື່ອງ​ຄອມ​​ພິວ​ເຕີ​ເປັນ​ເວ­ລາ​ດົນນານ ໄດ້­ແກ່: ອາ­ການ​ບາດ­ເຈັບ​ຂອງ​​ກ້າ​​ມ​ຊີ້ນ ​ບໍ­ລິ­ເວນ​ຂໍ້­ມື​ເນື່ອງ​ຈາກ​ຈັບ​ເມົາ​​ສ໌ ຫລື ​ໃຊ້​ແປ້ນ​ພິມ​ເປັນ​ເວ­ລາ​ດົນ ອາ­ການ​ປວດ​ຄໍ ໄຫຼ່ ແລະ​ຫຼັງ ການ​ເກີດ​ບັນ­ຫາ​ດ້ານ​ສາຍ­ຕາ​ ເນື່ອງ​ຈາກ​ຈ້ອງເບິ່ງ​ທີ່​ໜ້າ​ຈໍ​ຄອມ​​ພິວ​ເຕີ​ເປັນ​ເວ­ລາ​ດົນ​ຕິດ­ຕໍ່​ກັນ ເປັນ­ຕົ້ນ.

-    ພະຍາດ​ທົນ​​ບໍ່​ໄດ້​  (Hurry Sickness) ເກີດ​ກັບ​ຜູ້​ທີ່​ໃຊ້​ງານ​ອິນ​ເຕີ​ເນັດ​ ຊຶ່ງ​ເຮັດໃຫ້​ຜູ້​ໃຊ້​ເປັນ​ຄົນ​ຂີ້​ເບື່ອ,​ ຫງຸດ​ຫງິດ​ງ່າຍ,​ ໃຈ​ຮ້ອນ,​ ຄຽດ​ງ່າຍ,​ ຄວາມ​ອົດ​ທົນ​ຫຼຸດລົງ​ ຊຶ່ງ​ຈະ​ເປັນ​ພຶດຕິກຳ​ຕິດ​ຕົວ​ໄປ​ໃຊ້​ໃນ​ການ​ດຳ​ເນີນ​ກິດຈະກຳ​ໃນ​ຊີວິດ​ປະຈຳ​ວັນ​ດ້ວຍ​ ຫາກ​ມີ​ອາການ​ໜັກໄປກວ່ານັ້ນ ອາດຈະກາຍເປັນພະຍາດປະສາດໄດ້.

-    ມະນຸດ​ເກີດ​ຄວາມ​ຄຽດ​ຈາກ​ການ​ເລືອກ​ໃຊ້​ຂໍ້​ມູນ ​ແລະ​ ຂໍ້ມູນຂ່າວສານ​ທີ່​ມີ​ຢູ່​ຢ່າງ​ຫລວງ​ຫລາຍ ລວມໄປເຖິງ ​ຄວາມ​ຄຽດ​ຈາກ​ຄວາມ​ວິຕົກ​ກັງ​ວົນ​ວ່າ ​ຈະ​ມີ​ການ​ນຳ​ຄອມພິວເຕີ​ມາທົດ​ແທນ​ແຮງ​ງານ​ຂອງ​ຄົນ​.

2) ດ້ານທັກສະທາງສັງຄົມ ເທັກໂນໂລຊີຂໍ້ມູນຂ່າວສານ ມີຜົນກະທົບຕໍ່ສັງຄົມ ດັ່ງນີ້:


- ການ​ຂາດ​ທັກ​ສະ​ທາງ​ສັງຄົມ​ ເນື່ອງ​ຈາກ​ອິນ​ເຕີ​ເນັດ​ເຮັດໃຫ້​ເກີດ​ການ​ສື່​ສານພົວ​ພັນ ​ໄດ້​ໂດຍ​ບໍ່​ຕ້ອງ​ພົບ​ພໍ້​ກັນ​ ຊຶ່ງ​ພົບ​ວ່າ ​ປະຈຸບັນ​ຄົນ​ໃນ​ສັງຄົມ ​ຈະ​ນິຍົມ​ໃຊ້​ບໍລິການ​ເຄືອ​ຂ່າຍ​ສັງຄົມ​ ຫລື ​ທີ່​ເອີ້ນວ່າ:​ Social Network ຫລາຍ​ຂຶ້ນ​ ເຊັ່ນ:​ ​ເວັບ​ໄຊ​​ Facebook, Hi5... ເຮັດໃຫ້​ຄວາມ​ສຳພັນລະ​ຫວ່າງ​ບຸກ​ຄົນ​ໃນ​ສັງຄົມ​ນ້ອຍ​ລົງ​ ທັກ​ສະ​ທາງ​ສັງຄົມ​ຕ່າງ​ໆ​ ທີ່​ໃຊ້​ໃນ​ການ​ປະຕິ​ສຳພັນ​ ແລະ ​ການ​ສື່​ສານ​ລະຫວ່າງ​ກັນ​ ໄດ້​ແກ່:​ ທັກ​ສະ​ການ​ເວົ້າ,​ ການ​ຟັງ​, ການ​ເຮັດ​ວຽກງານ​ຮ່ວມ​ກັນ​ ລວມໄປເຖິງ ​ຄວາມ​ສາມາດ​ໃນ​ການ​ເຂົ້າໃຈ​ເຖິງ​ສະຖານນະການ​ທີ່​ຫຼາກ​ຫຼາຍ​ ກົດ​ກະ​ຕິ​ກາ​ຕ່າງ​ໆ​ ໃນ​ສັງຄົມ​ ແລະ​ ການ​ຄິດ​ຄຳ​ນຶງ​ເຖິງ​ຄົນ​ອ້ອມ​ຂ້າງ​ຢ່າງ​ເຂົ້າ​ອົກ​ເຂົ້າໃຈ​ ຊຶ່ງ​ທັກ​ສະ​ທາງ​ສັງຄົມ ​ເປັນ​ສິ່ງ​ທີ່​ສຳຄັນ ​ແລະ​ ຈຳ​ເປັນ​ສຳລັບ​ທຸກ​ເພດ​ທຸກໄວ​ ດັ່ງ​ນັ້ນ, ​ການ​ຂາດ​ທັກ​ສະ​ທາງ​ສັງຄົມ ​ຈະ​ເຮັດໃຫ້​ຄົນ​ຂາດ​ການເຮັດ​ຄວາມ​ເຂົ້າໃຈ​ຜູ້​ອື່ນ​ ບໍ່​ມີ​ການ​ເຮັດ​ວຽກງານ​ຮ່ວມ​ກັນ​ ຈົນກະທັ້ງ ​ອາດ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ສັງຄົມ​ຂຶ້ນ​ໄດ້.​

- ການກໍ່ໃຫ້​ເກີດ​ອາດຊະຍາກໍາທາງ​ຄອມພິວເຕີ​ຫລາຍ​ຂຶ້ນ ​ແລະ ​ຮຸນແຮງ​ຂຶ້ນ​ ເທັກໂນໂລຊີຂໍ້ມູນຂ່າວສານ ​ເປັນ​ເຄື່ອງ​ມື​ໜຶ່ງ​ ໃນ​ການ​ກໍ່​ອາດຊະຍາກໍາ​ໄດ້​ງ່າຍ​ ຜູ້​ບໍ່​ຫວັງ​ດີ​ອາດນໍາ​ໃຊ້ໄປ​ໃນ​ທາງ​ທີ່​ຜິດ​ ເຊັ່ນ​: ການ​ລັກ​ຂໍ້​ມູນ​ຂອງ​ບໍລິສັດ​ ແລະ ​ນຳ​ໄປ​ເປີດ​ເຜີຍ​ກັບ​ບໍລິສັດ​ຄູ່​ແຂ່ງ,​ ການ​ເຈາະ​ລະບົບ​ຂອງ​ທ​ະນາ​ຄານ​ ແລະ ​ປ່ຽນ​ແປງ​ຂໍ້​ມູນ​ເງີນ​ໃນ​ບັນ​ຊີດ​ທະນາ​ຄານ​ໃຫ້​ສູງ​ຂຶ້ນ,​ ການ​ລໍ້ລວງ​ຜູ້​ທີ່​ຫລິ້ນ​ອິນ​ເຕີເນັດ​ ແລະ​ ກໍ່​ຄະດີ​ລ່ວງ​ລະ​ເມີດ​ທາງ​ເພດ,​ ການ​ເຜີຍແຜ່​ຂໍ້​ມູນ​ທີ່​ບໍ່​ມັກ​ດ້ວຍ​ກົດຫມາຍ​ໃນ​ແງ່​ມຸມ​ຕ່າງ​ໆ​ ການ​ສົ່ງ​ໄວ​ຣັສ​ເຂົ້າໄປ​ທຳລາຍ​ຂໍ້​ມູນ​ຂອງ​ຜູ້​ອື່ນ​ ເປັນ​ຕົ້ນ​.

3) ດ້ານ​ການ​ຮຽນ​ການ​ສອນ​ ຜົນ​ກະທົບ​ໃນ​ທາງ​ລົບ​ກັບ​ການ​ຮຽນ​ການ​ສອນ​ຈະ​ເກີດ​ຂຶ້ນ​ຫາກ​ຜູ້ສອນ ໃຊ້​ເທັກ​ໂນ​ໂລ​ຢີຂໍ້ມູນຂ່າວສານ ​ໃນ​ການ​ຈັດການ​ຮຽນ​ການ​ສອນ​ທັງ​ໝົດ​ ແລະ ​ປ່ອຍ​ໃຫ້​ຜູ້​ຮຽນ​ສຶກ​ສາ​ແລະ ​ຮຽນ​ຮູ້​ດ້ວຍ​ຕົນເອງ​ ຜູ້​ຮຽນ​ທີ່​ມີ​ປະສົບການ​ນ້ອຍ​ອາດ​ຕີ​ຄວາມ​ໄດ້​ບໍ່​ຖືກ​ຕ້ອງ​ ລວມ​ເຖິງ​ ການ​ໃຊ້​ອິນ​ເຕີ​ເນັດ​ໃນ​ທາງ​ທີ່​ຜິດ​ ດັ່ງ​ນັ້ນ​, ຜູ້​ສອນ​ຈຳ​ເປັນ​ຢ່າງ​ຍິ່ງ​ ທີ່​ຈະ​ຕ້ອງ​ຮຽນ​ຮູ້​ການ​ປະ​ຍຸກ​ໃຊ້​ເທັກ​ໂນ​ໂລ​ຊີ​ຂໍ້ມູນຂ່າວສານ​ກັບ​ການ​ຮຽນ​ການ​ສອນ​ ໂດຍການ​ໃຫ້​ຄຳ​ແນະ​ນຳ​ ອົບຮົມ​ສັ່ງ​ສອນ​ດ້ານຄຸນນະ​ທຳ​ ຈ​ະລິຍະທຳ​ຄວບຄູ່​ໄປ​ກັບ​ການ ​ໃຊ້​ເຄືອ​ຂ່າຍ​ອິນ​ເຕີເນັດໄປພ້ອມໆ ກັນ.


ຂໍຂອບໃຈ
http://yarkhu.blogspot.com/2018/06/ict_77.html

ICT ແມ່ນຫຍັງ?

ICT ແມ່ນຫຍັງ?



ICT (Information Communication Technology) ໝາຍເຖິງ ການຕິດຕໍ່ສື່ສານທີ່ກ່ຽວຂ້ອງກັບຂໍ້ມູນຂ່າວສານໂດຍໃຊ້ເທັກໂນໂລຊີ
-    I = (Information) ໝາຍເຖິງ ຂໍ້ມູນຂ່າວສານທີ່ບັນທຶກເປັນລະບົບ ເພື່ອນໍາມາໃຊ້ງານ
-    C = (Communication) ໝາຍເຖິງ ການຕິດຕໍ່ສື່ສານ
-    T = (Technology) ໝາຍເຖິງ ຄອມພິວເຕີ ແລະ ໂທມະນາຄົມ ຄວາມໝາຍລວມຂອງ ICT ກໍ່ຄືເທັກໂນໂລຍີທີ່ໃຊ້ຈັດການຂໍ້ມູນຂ່າວສານ ແລະ ສື່ສານເປັນເທັກໂນໂລຢີທີ່ກ່ຽວຂ້ອງຕັ້ງແຕ່ການລວມຕົວຈັດເກັບຂໍ້ມູນການປະມວນຜົນ, ການພິມສັ່ງງານ, ການສື່ສານຂໍ້ມູນອື່ນໆ. ເຊິ່ງລວມໄປເຖິງການບໍລິການ, ການໃຊ້ດູແລຂໍ້ມູນ ໂດຍຄວາມຈິງແລ້ວຄູເຮົາໃຊ້ ICT ຈັດການຮຽນການສອນ ມາດົນແລ້ວ ພຽງແຕ່ໃຊ້ຮູບແບບເກົ່າເຊິ່ງຫາກມີການພັດທະນາໂດຍໃຊ້ເທັດໂນໂລຍີທີ່ກ່ຽວຂ້ອງຕັ້ງແຕ່ ການລວບລວມຈັດເກັບຂໍ້ມູນ, ການປະມວນຜົນ, ການພິມ, ການສ້າງງານສື່ສານຂໍ້ມູນອື່ນໆ.


     ICT ໝາຍ​ເຖິງ​ ເທັກ​ໂນ​ໂລ​ຢີ​ທີ່​ຊ່ວຍ​ໃນ​ການ​ລວບລວມ​ຂໍ້​ມູນ​ ກວດ​ສອບ​ ຈັດ​ໝວດ​ໝູ່​ ຮຽງ​ລຳ​ດັບ​ ສະຫລຸບ​ ຄິດໄລ່​ ຈັດ​ເກັບ​ ຄົ້ນ​ຄືນ​ ຈັດ​ເຮັດ​ສຳ​ເນົາ​ ແລະ​ ແຜ່ກະຈາຍ​ ຫລື ​ສື່​ສານ​ຂໍ້​ມູນ​ ເຮັດໃຫ້​ຂໍ້​ມູນ​ກາຍ​ເປັນ​ສານ​ຂໍ້ມູນ​ທີ່​ດີ​ ມີ​ຄວາມ​ຖືກ​ຕ້ອງ​ ກົງ​ຕາມ​ຄວາມ​ຕ້ອງ​ການ​ ແລະ​ ເກີດມີ​ຄຸນຄ່າ​ຕໍ່​ຜູ້​ໃຊ້



⏩ ຄວາມໝາຍ
* I (Information) = ຂໍ້ມູນຂ່າວສານ
* C (Communication) = ການສື່ສານ
* T (Technology) = ເທັກໂນໂລຍີ
Information Communication Technology ແປວ່າ: ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ

⏩ ຄວາມສໍາຄັນຂອງ ICT
1. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ ຊ່ວຍເສີມຜົນຜະລິດ ແລະ ປະສິດທິພາບ
2. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ ປ່ຽນຮູບການບໍລິການເປັນແບບກະຈາຍ
3. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ  ເປັນສິ່ງທີ່ຈໍາເປັນສໍາລັບການດໍາເນີນການໃນໜ່ວຍຄວາມຈໍາຕ່າງໆ
4. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ ກັບທຸກລະດັບ

⏩ ປະໂຫຍດຂອງເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ
1. ຄວາມໄວ: ການນໍາເອົາຄອມພິວເຕີເຂົ້າຊ່ວຍໃນການທໍາງານມີຄວາມໄວຍິ່ງຂື້ນບໍ່ວ່າຈະເປັນການປະມວນຜົນ, ການຄົ້ນຫາຂໍ້ມູນຈະເຮັດໄດ້ໄວຂື້ນ ແລະ ປະຫຍັດເວລາໃນການຄົ້ນຫາຂໍ້ມູນເຊັ່ນ: ການໃຊ້ລະບົບຫ້ອງສະໝຸດອັດຕະໂນມັດ
2. ຄວາມຖືກຕ້ອງ:
ຄອມພິວເຕີເປັນເຄື່ອງເອເລັກໂຕນິກທີ່ມີການປະມວນຜົນຂໍ້ມູນທີ່ຖືກຕ້ອງແມ່ນຢໍາ ເຮັດໃຫ້ຂໍ້ມູນທີ່ໄດ້ຈາກການປະມວນຜົນນັ້ນ ມີຄວາມສາມາດໜ້ອຍກວ່າການປະມວນຜົນດ້ວຍມະນຸດ
3. ການເກັບບັນທຶກຂໍ້ມູນ:
ຂໍ້ມູນທີ່ເກັບບັນທຶກໄວ້ໃນຄອມຈະເປັນຂໍ້ມູນເອເລັກໂຕນິກທີ່ມີສື່ໃນການໃຊ້ ໃນການຈັດເກັບຂໍ້ມູນ ເຮັດໃຫ້ຄວາມສາມາດໃນການຈັດເກັບຂໍ້ມູນໄດ້ຈໍານວນຫຼາຍ ແລະ ມີຄວາມທົນທານກວ່າການເກັບຂໍ້ມູນໄວ້ໃນເຈ້ຍ
4. ການເຜີຍແຜ່ຂໍ້ມູນ:
ການຮັບສົ່ງຂໍ້ມູນໃນປະຈຸບັນ ໂດຍການໃຊ້ເທັກໂນໂລຍີ ຂໍ້ມູນຂ່າວສານ ຈະເຮັດໃຫ້ການເຜີຍແຜ່ຂໍ້ມູນເຮັດໄດ້ຢ່າງກວ້າງຂວາງສາມາດກະຈາຍໄດ້ທົ່ວໂລກ.

ຄວາມ​ສຳຄັນ​ຂອງ​ ICT



ເທັກ​ໂນ​ໂລ​ຢີ  ຄື​ ການ​ປະ​ຍຸກ​ເອົາ​ຄວາມ​ຮູ້ທາງ​ດ້ານ​ວິທະຍາ​ສາດ​ ເຂົ້າມານໍາໃຊ້ໃນຊີວິປະຈໍາວັນຂອງພວກເຮົາ  ເຊັ່ນ:​  ຄອມພິວເຕີ​, ການ​ສື່​ສານ​  ໂທລະຄົມມະນາຄົມ ຕະຫລອດ​ຈົນ​ການສຶກສາ​ພັດທະນາ​ອົງ​ຄວາມ​ຮູ້​ຕ່າງ​ໆ​ ມາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ໃນ​ກິດຈະການ​ຕ່າງ​ໆ​  ເຊັ່ນ​:  ດ້ານ​ການ​ແພດ​, ການສຶກສາ​, ການ​ຄ້າ​, ແລະ ​ອຸດສາຫະກຳ​.

1.   ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກງານ:​  ສາມາດ​ເຮັດໃຫ້​ມະນຸດ​ເຮັດວຽກ​ໄດ້​ວ່ອງໄວ​  ຖືກ​ຕ້ອງ​  ແລະ ​ແມ່ນ​ຢຳ​ຫລາຍ​ຍິ່ງ​ຂຶ້ນ​
2.   ຊ່ວຍ​ດ້ານ​ການ​ບໍລິການ:​  ມີ​ການ​ໃຊ້​ລະບົບ​ຖານ​ຂໍ້​ມູນ​ໃນ​ເຄືອ​ຂ່າຍ​  ຜູ້​ທີ່​ຕ້ອງ​ການ​ໃຊ້​ບໍລິການ​ກໍ​ຈະ​ສາມາດ​ ໃຊ້​ລະບົບ​ຖານ​ຂໍ້​ມູນ​ຈາກ​ສະຖານ​ທີ່​ ຫລື ​ເວລາ​ໃດ​ກໍ​ໄດ້​
3.   ຊ່ວຍ​ດຳ​ເນີນ​ການ​ໃນ​ຫນ່ວຍ​ງານ​:  ເປັນ​ການ​ນຳ​ເທັກ​ໂນ​ໂລ​ຊີ​ມາ​ຈັດ​ລະບົບ​ການ​ເຮັດ​ວຽກງານ​
4.   ຊ່ວຍ​ອຳ​ນວຍ​ຄວາມສະດວກ​ໃນ​ຊີວິດ​ປະຈຳ​ວັນ:​  ເຊັ່ນ​  ການ​ຮັບ​ຂໍ້ຄວາມ​ຜ່ານ​ທາງ​ໂທລະ​ສັບ​ເຄື່ອນ​ທີ່ ຫລື ​ການ​ບັນ​ທຶກ​ຂໍ້​ມູນ​ຮູບ​ພາບ​ດ້ວຍ​ກ້ອງດິຈິຕອລ.
5.   ຊ່ວຍເຮັດໃຫ້ລະບົບເສດຖະກິດ: ປ່ຽນຈາກລະບົບແຫ່ງຊາດໄປເປັນເສດຖະກິດໂລກ.

ຂໍຂອບໃຈ
http://yarkhu.blogspot.com/2018/06/ict.html

Router ແມ່ນຫຍັງ

Router ແມ່ນຫຍັງ



ເຣົາ​ເຕີ​​ (ອັງກິດ: router) ເປັນ​ອຸປະກອນຄອມພິວເຕີ ທີ່​ເຮັດ​ຫນ້າທີ່​ຫາ​ເສັ້ນ​ທາງ​ ແລະ​ ສົ່ງ​(forward) ແພັກເກັດຂໍ້ມູນລະຫວ່າງ​ເຄືອຂ່າຍຄອມພິວເຕີ ໄປ​ຍັງ​ເຄືອ​ຂ່າຍ​ປາຍ​ທາງ​ທີ່​ຕ້ອງ​ການ​  
ດັ່ງ​ນັ້ນ​, ການ​ເຊື່ອມ​ຕໍ່​ຄອມພິວເຕີ​ດ້ວຍ​ Router ເຮັດໃຫ້​ເຮົາ​ສາມາດ​ເຊື່ອມ​ຕໍ່​ຄອມພິວເຕີ​ໄດ້​ຫລາຍກວ່າ​ໜຶ່ງ​ເຄື່ອງ​ໃນ​ເວລາ​ດຽວ​ກັນ​ ຊຶ່ງ​ Router ນັ້ນ ​ຈະ​ມີ​ຊອບແວ​ທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ການ​ເຮັດ​ວຽກງານ​ເອີ້ນວ່າ:​ Internetwork Operating System (IOS) ແລະ ​ຕົວ​ Router ຈະ​ມີ​ຊ່ອງ​ທີ່​ໃຊ້​ສຽບ​ຕໍ່​ສາຍ​ສັນຍານເອີ້ນວ່າ:​ Port LAN ຊຶ່ງ​ໂດຍ​ທົ່ວ​ໄປ​ມັກ​ມີ​ 4 Ports ຫລື​ ຫລາຍກວ່າ​ ໃນ​ Router 1 ຕົວ​

ຊະນິດຂອງ Router

1. ເຣົາ​ເຕີ​​ (Router): ເຮົາ​ເຕີ​​ຊະນິດ​ນີ້ ​ເປັນ​ເຣົາ​ເຕີ​​ທີ່​ບໍ່​ສາມາດ​ເຊື່ອມ​ຕໍ່​ອິນ​ເຕີ​​ເນັດ​ໄດ້​ດ້ວຍ​ຕົວ​ເອງ​ ການ​ເຮັດ​ວຽກງານ​ຈຳ​ເປັນ​ຕ້ອງ​ມີ​ອຸປະກອນ​ອື່ນ​ໆ ​ເສີມ​ການ​ເຮັດ​ວຽກງານ​ດ້ວຍ​ ແຕ່​ຂໍ້​ດີ​ຂອງ​ເຣົາ​ເຕີ​​ແບບ​ນີ້  ​ຄື​ເຮັດວຽກ​ຕາມ​ຫນ້າທີ່​ໄດ້​ຢ່າງ​ເຕັມ​ທີ່ ​ແລະ ​ບໍ່​ຄ່ອຍ​ມີ​ຂໍ້​ຜິດ​ພາດ​ໃນ​ການ​ເຮັດ​ວຽກງານ​

2. ໂມ​ເດັມ​ເຣົາ​ເຕີ​​ (Modem Router/ ADSL Modem): ໂມ​ເດັມ​ປະ​ເພດ​ນີ້​ ຈະ​ເຫັນ​ຢູ່ໃນ​​ຕະຫຼາດ​ຢ່າງຫລວງ​ຫລາຍ​ ເປັນ​ປະສົມ​ຄວາມ​ສາມາດ​ຂອງ​ໂມ​ເດັມ​ ແລະ ​ເຣົາ​ເຕີ​​ໄວ້​ນຳກັນ​ ຊຶ່ງ​ເຮັດໃຫ້​ສະ​ດວກ​ສະບາຍ​ໃນ​ການ​ໃຊ້​ງານ​ ໂດຍ​ໂມ​ເດັມ​ເຮົາ​ເຕີ​​ນີ້​ ສາມາດ​ເຊື່ອມ​ຕໍ່​ອິນ​ເຕີ​​ເນັດ​ຄວາມ​ໄວ​ສູງ​ໄດ້​ດ້ວຍ​ຕົວ​ເອງ​ ແລະ ​ກະ​ຈາຍ​ຂໍ້​ມູນ​ຕ່າງ​ໆ ​ໄປ​ຍັງ​ເຄື່ອງ​ຄອມພິວເຕີ​ບ່ອນ​ເຮັດວຽກ​ເຊື່ອມ​ຕໍ່​ຢູ່​ໄດ້​ໃນ​ທັນ​ທີ​ ສ່ວນ​ຫລາຍ​ແລ້ວ​ໂມ​ເດັມ​ເຮົາ​ເຕີ​ຈະ​ມີ​ Port LAN ມາ​ໃຫ້​ 4 ຊ່ອງ​ນຳກັນ​ຊຶ່ງ​ເປັນ​ພື້ນ​ຖານ​ຂອງ​ອຸປະກອນ​ຊະນິດ​ນີ້​

3. ໄວ​​ເລສໂມ​ເດັມ​ເຣົາ​ເຕີ​ (Wireless ADSL Modem Router): ເຣົາ​ເຕີ​​ຊະນິດ​ນີ້​ ຈະ​ເຮັດວຽກ​ໄດ້​ຄືກັນກັບ​ໂມ​ເດັມ​ເຣົາ​ເຕີ​ທຸກ​ປະ​ການ​ ພຽງ​ແຕ່​ມີ​ຄວາມ​ສາມາດ​ໃນ​ການ​ປ່ອຍ​ສັນຍາ​ນ​ wireless ໃຫ້​ກັບ​ອຸປະກອນ​ທີ່​ສາມາດ​ຮັບ​ wireless ໄດ້​ ໂດຍ​ພື້ນ​ຖານ​ຂອງ​ອຸປະກອນ​ຊະນິດ​ຈະ​ມີ​ Port LAN 4 ພອດແລະ ​ມີ​ເສົາ​ສັນຍາ​ນ​ທີ່​ໃຊ້​ໃນ​ການ​ກະ​ຈາຍ​ສັນຍາ​ນໄວ​ໄຟ​ຈຳນວນ​ 2 ເສົາ​. Router ປະ​ເພດ​ນີ້​ຖື​ວ່າ​ມີ​ຄວາມສະດວກ​ສະບາຍ​ຫລາຍ​ ແລະ​ ໃນ​ປະຈຸບັນ​ເປັນ​ທີ່​ນິຍົມ​ໃຊ້​ງານ​ກັນ​ຫລາຍ​ໃນ​ຕ​ະຫລາດ​

4. ໄວ​ເລສ​ເຣົາ​ເຕີ​​ (Wireless Router): ເປັນ​ເຣົາ​ເຕີ​​ທີ່​ບໍ່​ສາມາດ​ເຊື່ອມ​ຕໍ່​ອິນ​ເຕີ​​ເນັດ​ໄດ້​ດ້ວຍ​ຕົວ​ເອງ​ຄືກັນ​ກັບ​ປະ​ເພດ​ທໍາອິດ ແຕ່​ເຣົາ​ເຕີ​ປະ​ເພດ​ນີ້​ສາມາດ​ກະ​ຈາຍ​ສັນຍາ​ນ​ອິນ​ເຕີ​ເນັດ​ທີ່​ໄດ້ຮັບ​ດ້ວຍ​ລະບົບ​ wireless ໄດ້​ ແລະ ​ຍັງ​ກະ​ຈາຍ​ສັນຍາ​ນ​ຜ່ານ​ສາຍ​ນຳ​ສັນຍາ​ນຈາກ​ Port LAN ທັງ​ 4 ພອດ ​ທີ່​ມີ​ການ​ຕິດ​ຕັ້ງ​ມາ​ກັບ​ຕົວ​ອຸປະກອນ​ດ້ວຍ.

ຫນ້າທີ່​ຫຼັກ​ຂອງ​ Router  

     ຫນ້າທີ່​ຫຼັກ​ຂອງ​ Router ຄື​ ການ​ຫາ​ເສັ້ນ​ທາງ​ໃນ​ການ​ສົ່ງ​ຜ່ານ​ຂໍ້​ມູນ​ທີ່​ດີ​ທີ່ສຸດ​ ແລະ ​ເປັນ​ຕົວ​ກາງ​ໃນ​ການ​ສົ່ງ​ຕໍ່​ຂໍ້​ມູນ​ໄປ​ຍັງ​ເຄືອ​ຂ່າຍ​ອື່ນ​ ທັງ​ນີ້​ Router ສາມາດ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ທີ່​ໃຊ້​ສື່​ສັນຍາ​ນ​ຫຼາຍ​ແບບ​ແຕກ​ຕ່າງ​ກັນ​ໄດ້ ​ບໍ່​ວ່າ​ຈະ​ເປັນ​ Ethernet, Token Rink ຫລື​ FDDI ທັງ​ໆ​ ທີ່​ໃນ​ແຕ່​ລະ​ລະບົບ​ຈະ​ມີ​ packet ເປັນ​ຮູບ​ແບບ​ຂອງ​ຕົນເອງ​ຊຶ່ງ​ແຕກ​ຕ່າງ​ກັນ​ ໂດຍ​ໂປຣ​ໂຕຄອນ​ທີ່​ເຮັດວຽກ​ໃນ​ລະ​ດັບ​ເທິງ​ ຫລື​ Layer 3 ຂຶ້ນ​ໄປ​ ເຊັ່ນ:​ IP, IPX ຫລື​ AppleTalk ເມື່ອ​ມີ​ການ​ສົ່ງ​ຂໍ້​ມູນ​ກໍ​ຈະ​ບັນ​ຈຸ​ຂໍ້​ມູນ​ນັ້ນ​ເປັນ​ packet ໃນ​ຮູບ​ແບບ​ຂອງ​ Layer 2 ຄື:​ Data Link Layer ເມື່ອ​ Router ໄດ້ຮັບ​ຂໍ້​ມູນ​ມາ​ກໍ​ຈະ​ກວດ​ເບິ່ງ​ໃນ​ packet ເພື່ອຈະ​ຮູ້ວ່າ​ໃຊ້​ໂປຣ​ໂຕຄອນ​ແບບ​ໃດ​ ຈາກ​ນັ້ນ ​ກໍ​ຈະ​ກວດ​ເບິ່ງ​ເສັ້ນ​ທາງ​ສົ່ງ​ຂໍ້​ມູນ​ຈາກ​ຕາ​ລາງ​ Routing Table ວ່າ​ຈະ​ຕ້ອງ​ສົ່ງ​ຂໍ້​ມູນ​ນີ້​ໄປ​ຍັງ​ເຄືອ​ຂ່າຍ​ໃດ​ຈຶ່ງ​ຈະ​ຕໍ່ໄປ​ເຖິງ​ປາຍ​ທາງ​ໄດ້​ ແລ້ວ​ຈຶ່ງ​ບັນ​ຈຸ​ຂໍ້​ມູນ​ລົງ​ເປັນ​ Packet ຂອງ​ Data Link Layer ທີ່​ຖືກ​ຕ້ອງ​ອີກ​ເທື່ອ​ ເພື່ອ​ສົ່ງ​ຕໍ່ໄປ​ຢັງ​ເຄືອ​ຂ່າຍ​ປາຍ​ທາງ​

ປະໂຫຍດ​ຂອງ​ເຮົາ​ເຕີ​ຣ໌​ (Router)



1. ເຣົາ​ເຕີ​​ສາມາດ​ຊ່ວຍ​ເພີ່ມ​ການ​ໃຊ້​ງານ​ຂອງ​ລະບົບ​ເຄືອ​ຂ່າຍ​ໄດ້​ ເພາະ​ເຣົາ​ເຕີ​ໜຶ່ງ​ຕົວ​ສາມາດ​ເຊື່ອມ​ຕໍ່​ກັບ​ເຄື່ອງ​ຄອມພິວເຕີ​ໄດ້​ຫລາຍກວ່າ​ 1 ເຄື່ອງ​ເຮັດໃຫ້​ເຮົາ​ສາມາດ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ໄດ້​ຫລາຍ​ຕາມ​ລັກສະນະ​ການ​ໃຊ້​ງານ​
2. ເຣົາ​ເຕີ​ທີ່​ສາມາດ​ປ່ອຍ​ສັນຍາ​ນ​ WiFi ຫລື ​ wireless ​ໄດ້​ນັ້ນ ​ຍັງ​ຊ່ວຍ​ໃຫ້​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ໃນ​ການຕໍ່​ສາຍ​ນຳ​ສັນຍາ​ນ ແລະ ​ເຮັດໃຫ້​ເກີດ​ຄວາມສະດວກ​ສະບາຍ​ໃນ​ການ​ໃຊ້​ງານ​ ນອກ​ຈາກ​ນັ້ນ, ​ເຣົາ​ເຕີ​​ຍັງມີ​ຄວາມ​ປອດ​ໄພຂອງ​ຂໍ້​ມູນ​ທີ່​ສົ່ງ​ຜ່ານ​ wireless ອີກ​ດ້ວຍ​
3. ເຣົາ​ເຕີ​ບາງ​ລຸ້ນ ​ມີ​ການ​ຕິດ​ຕັ້ງ​ໂປຣ​ແກຣມ​ປ້ອງ​ກັນ​ໄວ​ຣັສ​ມາ​ໃຫ້​ດ້ວຍ​ ເຮັດໃຫ້​ເກີດ​ຄວາມ​ປອດ​ໄພໃນ​ການ​ໃຊ້​ງານ​ ນອກ​ຈາກ​ນັ້ນ​ ເຣົາ​ເຕີ​ຈະ​ສາມາດ​ປ້ອງ​ກັນ​ຂໍ້​ມູນ​ທີ່​ມີ​ການ​ສົ່ງ​ຜ່ານ​ເຣົາ​ເຕີ​​ໄດ້​ອີກດ້ວຍ.​

ຂໍຂອບໃຈ
http://yarkhu.blogspot.com/2017/06/router.html

Hacker ແມ່ນຫຍັງ

    Hacker ແມ່ນຫຍັງ


 ແຮັກ​ເກີ​​ (Hacker) ຄື​ ບຸກ​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ ​ໃນ​ກົນ​ໄກ​ການ​ເຮັດ​ວຽກງານ​ຂອງ​ລະບົບ​ປະຕິບັດການ​ເທິງ​ຄອມພິວເຕີ​ຢ່າງ​ເລິກເຊິ່ງ​ ແຮັກ​ເກີ​​ສ່ວນ​ໃຫຍ່​ຕ້ອງ​ມີ​ຄວາມ​ຮູ້​ທຽບ​ເທົ່າ​ ຫລື ​ເໜືອ​ກວ່າ​ໂປຣ​ແກຣມ​ເມີ​ ໂດຍ​ຈະ​ເປັນ​ເຊັ່ນ​ນັ້ນ​ໄດ້​ ເພາະ​ພວກ​ເຂົາ​ມີ​ຄວາມເອົາ​ໃສ່​ໃຈ​ທີ່​ຈະ​ນຳ​ຄວາມ​ຮູ້​ພື້ນ​ຖານ​ທີ່​ຜູ້​ອື່ນ​ເບິ່ງ​ວ່າ​ທຳມະດາ​ມາປະ​ຍຸກໃຊ້​ ທັງ​ນີ້ ​ເພື່ອ​ໃຫ້​ເກີດ​ແນວ​ຄວາມ​ຄິດ​ສ້າງສັນ​ໃໝ່​ໆ​ ​ຢູ່​ໃນ​ສັງຄົມ​ດິ​ຈິຕອລ​ຢູ່​ຕະຫລອດ​ເວລາ​ ແຮັກ​ເກີ​​ຈະ​ມີ​ຄວາມ​ເຂົ້າໃຈ​ໃນ​ຈຸດ​ອ່ອນ​ຂອງ​ລະບົບ ​ແລະ ​ທີ່​ມາ​ຂອງ​ຈຸດ​ອ່ອນ​ນັ້ນ​ໆ​ ເນື່ອງ​ຈາກ​ຄອຍ​ຖ້າ​ຕິດ​ຕາມ​ຂ່າວ​ສານ ​ແລະ​ ຄວາມ​ຮູ້​ໃໝ່​ໆ​ ຢູ່​ຕະຫລອດ​ເວລາ​ ການ​ກະທຳ​ໃດ​ໆ​ ທີ່​ເກີດ​ຈາກ​ການສຶກສາ​ຂອງ​ແຮັກ​ເກີ​​ຈະ​ຕ້ອງ​ແນ່​ໃຈ​ແລ້ວ​ວ່າ​ ບໍ່​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ແກ່​ຂໍ້​ມູນ​

     ແຮັກເກີ​​ (Hacker) ໝາຍ​ເຖິງ​ ບຸກ​ຄົນ​ຜູ້​ທີ່​ເປັນ​ອັດ​ສະລິຍະ​ ມີ​ຄວາມ​ຮູ້​ໃນ​ລະບົບ​ຄອມພິວເຕີ​ເປັນ​ຢ່າງ​ດີ​ ສາມາດ​ເຂົ້າໄປ​ເຖິງ​ຂໍ້​ມູນ​ໃນ​ຄອມພິວເຕີ​ ໂດຍ​ເຈາະ​ຜ່ານ​ລະບົບ​ຮັກສາ​ຄວາມ​ປອດ​ໄພ ຂອງ​ຄອມພິວເຕີ​ໄດ້​ ກຸ່ມ​ພວກ​ນີ້​ຈະ​ອ້າງ​ວ່າ​ ຕົນ​ມີຈັນຍາບັນ ​ ບໍ່​ຫາ​ຜົນ​ປະໂຫຍດ​ຈາກ​ການ​ບຸກລຸກ​ ແລະ ​ປະ​ນາມ​ພວກ​ Cracker
     ແຮັກ​ເກີ​ (Hacker) ຄື​ ບຸກ​ຄົນ​ຜູ້​ຊຶ່ງ​ສາມາດ​ປະ​ຍຸກ​ເອົາ​ຄວາມ​ຮູ້​ທຳມະດາ​ ໃຫ້​ກາຍ​ເປັນ​ເຄື່ອງ​ມື​ພິເສດ​ ຊຶ່ງ​ສາມາດ​ນຳ​ໄປ​ໃຊ້​ປະໂຫຍດ​ໃນ​ທາງ​ທີ່​ສຸ​ຈະລິດ​ໄດ້​
     ແຕ່​ດຽວ​ນີ້​ ຄຳ​ວ່າ​ Hacker ໝາຍ​ເຖິງ​ Security Professional ທີ່​ຄອຍ​ຖ້າ​ໃຊ້​ຄວາມ​ສາມາດ​ຊ່ວຍ​ກວດ​ກາ​ລະບົບ​ ແລະ ​ແຈ້ງ​ເຈົ້າ​ຂອງ​ລະບົບ​ວ່າ ​ມີ​ຊ່ອງ​ໂຫວ່​ບ່ອນ​ໃດ​​ ອາດ​ເວົ້າ​​ວ່າ​ເປັນ​ Hacker ທີ່​ມີອະລິຍະ​ທຳ​ນັ້ນ​ເອງ​ ໃນ​ຕ່າງ​ປະເທດ ​ມີ​ວິ​ຊາ​ທີ່​ສອນ​ເຖິງ​ການ​ເປັນ​ Ethical Hacker ຫລື​ ແຮັກ​ເກີ​​ແບບ​ມີອະລິຍ​ະທຳ​ ຊຶ່ງ​ແຮັກ​ເກີ​​ແບບ​ນີ້​ເອີ້ນ​ອີກ​ຢ່າງ​ວ່າ:​ White Hat Hacker ກໍ​ໄດ້​ ສ່ວນ​ພວກ​ທີ່​ນິ​ໄສ​ບໍ່​ດີ​ເຮົາ​ຈະ​ເອິ້ນວ່າ: Cracker ຫລື​ Black Hat Hacker ຊຶ່ງ​ກໍ​ຄື​ ມີ​ຄວາມ​ສາມາດ​ເໝືອນ​ Hacker ທຸກ​ປະ​ການ​ ພຽງ​ແຕ່​ພຶດຕິກຳ​ຂອງ​ Cracker ນັ້ນ​ຈະ​ເປັນ​ການ​ກະທຳ​ທີ່​ຂາດ​ຈະລິຍະ​ທັມ​ ເຊັ່ນ:​ ລັກ​ຂໍ້​ມູນ​ ຫລື​ເຂົ້າໄປ​ທຳລາຍ​ລະບົບ​ຄອມພິວເຕີ​ໃຫ້​ເຮັດວຽກ​ບໍ່​ໄດ້​ ເປັນ​ຕົ້ນ​.

Cracker

     ແຄັກເກີ ຄື ​ບຸກ​ຄົນ​ທີ່​ບຸກລຸກ​ ຫລື ​ລົບກວນ​ລະບົບ​ຄອມພິວເຕີ​ທີ່​ຢູ່​ຫ່າງ​ໄກ​ ດ້ວຍ​ເຈດຕະນາ​ບໍ່ດີ​ cracker ເມື່ອ​ບຸກລຸກ​ເຂົ້າ​ສູ່​ລະບົບ​ ຈະ​ທຳລາຍ​ຂໍ້​ມູນ​ທີ່​ສຳຄັນ​ ເຮັດໃຫ້​ຜູ້​ໃຊ້​ບໍ່​ສາມາດ​ໃຊ້​ງານ​ຄອມພິວເຕີ​ ຫລື ​ຢ່າງ​ນ້ອຍ​ເຮັດໃຫ້​ເກີດ​ປັນຫາ​ໃນ​ລະບົບ​ຄອມພິວເຕີ​ຂອງ​ເປົ້າ​ໝາຍ​ ໂດຍ​ກະທຳ​ຂອງ​ cracker ມີ​ເຈດຕະນາ​ບໍ່ດີ​ເປັນ​ສຳຄັນ​ ຄຳ​ຈຳ​ກັດ​ຄວາມ​ເຫຼົ່າ​ນີ້​ຖືກ​ຕ້ອງ​ ແລະ ​ອາດ​ໃຊ້​ໂດຍ​ທົ່ວ​ໄປ​ໄດ້​ ຢ່າງໃດ​ກໍ​ຕາມ​ຍັງມີ​ບົດ​ທົດສອບ​ອື່ນ​ອີກ​ ເປັນ​ບົດ​ທົດສອບ​ທາງ​ກົດ​ໝາຍ​ ໂດຍ​ການ​ໃຊ້​ເຫດຜົນ​ທາງ​ກົດ​ໝາຍ​ເຂົ້າ​ມາ​ໃຊ້​ໃນ​ສົມ​ການ​

      ວິທີ​ການ​ທີ່​ Hacker ແລະ​ Cracker ໃຊ້​ເຂົ້າໄປ​ກໍ່​ກວນ​ໃນ​ລະບົບ​ Internet ມີ​ຫຼາຍ​ວິທີ​ ແຕ່​ວິທີ​ທີ່​ນິຍົມ​ຫລາຍ​ມີ​ 3 ວິທີ​ ດັ່ງ​ນີ້​:
1. Password Sniffers: ເປັນ​ໂປຣ​ແກຣມ​ນ້ອຍ​ໆ​ທີ່​ຊ່ອນ​ຢູ່ໃນ​ເຄືອ​ຂ່າຍ​ ແລະ ​ຖືກ​ສັ່ງ​ໃຫ້​ບັນ​ທຶກ​ການ​ Log on ແລະ​ ລະຫັດ​ຜ່ານ​ (Password) ແລ້ວ​ນຳ​ໄປ​ເກັບ​ໃນ​ແຟ້ມ​ຂໍ້​ມູນ​ລັບ​
2. Spooling: ເປັນ​ເທັກ​ນິກ​ການ​ເຂົ້າ​ສູ່​ຄອມພິວເຕີ​ທີ່​ຢູ່​ໄລຍະ​ທາງ​ໄກ ໂດຍ​ການ​ປອມ​ແປງ​ທີ່​ຢູ່​ອິນ​ເຕີ​ເນັດ​ (Internet Address) ຂອງ​ເຄື່ອງ​ທີ່​ເຂົ້າ​ໄດ້​ງ່າຍ ​ຫລື​ ເຄື່ອງ​ທີ່​ເປັນ​ມິດ​ ເພື່ອ​ຄົ້ນ​ຫາ​ຈຸດ​ທີ່​ໃຊ້​ໃນ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ວິທີ​ການ​ຄື​ ການ​ໄດ້​ມາ​ເຖິງ​ສະຖານ​ະພາບ​ທີ່​ເປັນ​ແກ່ນ​ ຫລື ​ຮາກ​ (Root) ຊຶ່ງ​ເປັນ​ການ​ເຂົ້າ​ສູ່​ລະບົບ​ຂັ້ນ​ສູງ​ສຳລັບ​ຜູ້​ບໍລິຫານ​ລະບົບ​ ເມື່ອ​ໄດ້​ຮາກ​ແລ້ວ​ຈະ​ສ້າງ​ Sniffers ຫລື ​ໂປຣ​ແກຣມ​ອື່ນ​ທີ່​ເປັນ​ Back Door ຊຶ່ງ​ເປັນ​ທາງ​ກັບ​ລັບ​ໆ​ໃສ່​ໄວ້​ໃນ​ເຄື່ອງ​
3. The Hole in the Web: ເປັນ​ຂໍ້​ບົກຜ່ອງ​ໃນ​ World-Wide-Web (WWW ) ຊຶ່ງ​ເປັນ​ສ່ວນຫນຶ່ງ​ທີ່​ຢູ່ໃນ​ອິນ​ເຕີ​ເນັດ​ ເນື່​ງ​ຈາກ​ໂປຣ​ແກຣມ​ທີ່​ໃຊ້​ໃນ​ການ​ປະຕິບັດການ​ຂອງ​ Website ຈະ​ມີ​ຫຼຸມ​ ຫລື ​ຊ່ອງ​ວ່າງ​ທີ່​ຜູ້​ບຸກລຸກ​ສາມາດ​ເຮັດ​ທຸກ​ຢ່າງ​ທີ່​ເຈົ້າ​ຂອງ​ Site ສາມາດເຮັດໄດ້.

ປະເພດຂອງ Hacker

     ແຮັກ​ເກີ​​ ໝວກ​ຂາວ​ (White Hat Hacker): ອັນ​ນີ້​ເປັນ​ສາຍ​ຄຸນນະ​ທຳ​ທີ່​ມີ​ຄວາມ​ຊ່ຽວ​ຊານ​ໃນ​ການ​ເຈາະ​ລະບົບ​ ເພື່ອ​ຫາ​ຈຸດ​ອ່ອນ​ ແລະ ​ວາງ​ລະບົບ​ປ້ອງ​ກັນ​ ຊຶ່ງ​ສ່ວນ​ໃຫຍ່​ແຮັກ​ເກີ​​ສາຍ​ນີ້ ​ຈະ​ຖືກ​ວ່າ​ຈ້າງ​ໂດຍ​ບໍລິສັດ​ ຫລື ​ຫນ່ວຍ​ງານ​ຂອງ​ລັດຖະບານ​ ແຮັກ​ເກີ​ໝວກ​ຂາວ​ທີ່​ດັ່ງ​ໆ​ ກໍ​ຄື​ Tsutomu Shimomura ຜູ້​ທີ່​ເຄີີຍ​ຮ່ວມ​ມື​ກັບ​ FBI ໄລ່​ຈັບ​ສຸດ​ຍອດ​ແຮັກ​ເກີ​ຂອງ​ໂລກ​ມາ​ແລ້ວ​ ແຖມ​ຍັງ​ຂຽນ​ຫນັງສື​ຊື່​ TakeDown ກ່ອນ​ຈະ​ຖືກ​ນຳ​ໄປ​ເຮັດ​ເປັນ​ໜັງ​ອີກ​ດ້ວຍ​

     ແຮັກ​ເກີ ​ໝວກ​ດຳ​ (Black Hat Hacker): ສາຍ​ມືດ​ໝົ່ນ​ທີ່​ຄອຍ​ຖ້າ​ເຈາະ​ລະບົບ​ຢ່າງ​ຜິດ​ກົດຫມາຍ​ ພເອມ​ກັບ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ເກີດ​ໃນ​ລະບົບ​ຂໍ້​ມູນ​ຄອມພິວເຕີ​ ເອີ້ນວ່າ: ​ພະຍາຍາມ​ເຮັດ​ທຸກ​ວິທີ​ໃຫ້​ລະບົບ​ພັງ​ພິ​ນາດ​ ທັງ​ແບບ​ເຮັດ​ເພື່ອ​ເງີນ​ ແລະ​ ເຮັດ​ຫລິ້ນ​ເພື່ອຄວາມມ່ວນ​ ແຮັກ​ເກີ​​ຕົວ​ແສບ​ໆ​ ໃນ​ສາຍ​ນີ້​ມີ​ຫລວງ​ຫລາຍ​ ແຕ່​ເຮົາ​ຂໍຍົກໃຫ້​ Robert Tappan Morris ຄົນທໍາອິດ​ທີ່​ສ້າງ​ວອມ​ (Worm) ຂຶ້ນ​ມາ​ປ່ວນ​ລະບົບ​ ໂດຍ​ MorrisWorm ຂອງ​ທ່ານ​ໄດ້​ທຳລາຍ​ຄອມພິວເຕີ​ໄປ​ຫລາຍກວ່າ​ 6,000 ເຄື່ອງ​ທົ່ວ​ໂລກ​
     ແຮັ​ກ​ເກີ​ ​ໝວກ​ເທົາ​ (Gray Hat Hacker): ເຄິ່ງ​ກາງ​ທີ່​ດີ ​ແລະ ​ບໍ່​ດີ​ ແບບ​ວ່າ​ຍັງ​ບໍ່​ຕັດ​ສິນ​ໃຈ​ວ່າ​ຈະ​ເລືອກ​ເປັນ​ແຮັກ​ເກີ​​ສາຍ​ໃດ​ ສ່ວນ​ຫລາຍ​ຈະ​ທົດລອງ​ເຈາະ​ລະບົບ​ຂໍ້​ມູນ​ຕ່າງ​ໆ​ ຈາກ​ນັ້ນ​ກໍ​ເອົາ​ຂໍ້​ບົກຜ່ອງ​ເພື່ອນໍາ​ໄປ​ໂພດ​ອອນ​ໄລ​ນ໌​ ແລ້ວ​ກໍ​ປ່ອຍ​ໃຫ້​ເຈົ້າ​ຂອງ​ເວັບ​ ຫລື​ ໂປຣ​ແກຣມ​ເມີ​ຫາ​ວິທີ​ປ້ອງ​ກັນ​ພວກ​ໝວກ​ດຳ​ກັນ​ເອົາ​ເອງ​ Adian Lamo ຄື​ຊື່​ຕົ້ນ​ໆ​ ທີ່​ນຶກ​ອອກ​ ໝໍ​ນິ້​ເປັນ​ແຮັກ​ເກີ​​ສາຍ​ເທົາ​ທີ່​ເຄີຍ​ເຈາະ​ຂໍ້​ມູນ​ຂອງ​ The New York Times, Yahoo ແລະ​ Microsoft ມາ​ແລ້ວ​

    ແຮັກ​ເກີ​ ​ໝວກ​ເຫຼືອງ”​ (Yellow Hat Hacker) ເພີ່ມ​ຂຶ້ນ​ມາ​ ຊຶ່ງ​ແທນ​ຄ່າ​ຂອງ​ທອງ​ ຫລື ​ເງີນ​ຕ​ຣາ​ ເວົ້າໃຫ້​ແຈ້ງ​ຄື ​ແຮັກ​ເກີ​ປະ​ເພດ​ທີ່​ເຮັດ​ໄດ້​ທຸກ​ຢ່າງ​ເພື່ອ​ເງີນ​.

ລະບົບສື່ສານຂໍ້ມູນ

ການສື່ສານຂໍ້ມູນ (Data Communication)

ການສື່ສານຂໍ້ມູນເປັນການຖ່າຍທອດຄວາມຮູ້ ຄວາມຄິດ ຄວາມຮູ້ສຶກຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງ ໂດຍອາໃສສື່ ຫຼື ເຄື່ອງມືຕ່າງໆ ເປັນຊ່ອງທາງໃນການສື່ສານ ເຊັ່ນ: ການສື່ສານດ້ວຍທ່າທາງ, ຖ້ອຍຄໍາ, ສັນຍະລັກ, ຮູບແຕ້ມ, ຈົດໝາຍ ເປັນຕົ້ນ. ຕໍ່ມາການສື່ສານຂໍ້ມູນໄດ້ພັດທະນາ ແລະ ກ້າວໜ້າໄປຢ່າງຕໍ່ເນື່ອງ ມີການນໍາເທັກໂນໂລຊີຄອມພິວເຕີ ແລະ ເທັກໂນໂລຊີດ້ານເຄືອຂ່າຍຄອມພິວເຕີ ມາປະຍຸກໃຊ້ໃນການຕິດຕໍ່ສື່ສານ ເຮັດໃຫ້ການສື່ສານມີຄວາມສະດວກ ວ່ອງໄວ ລວມທັງໄດ້ຮັບຂ່າວສານທັນຕໍ່ເຫດການອີກດ້ວຍ.


1.  ຄວາມໝາຍຂອງການສື່ສານຂໍ້ມູນ

ການສື່ສານ (Communication) ໝາຍເຖິງ ຂະບວນການຖ່າຍທອດ ຫຼື ແລກປ່ຽນສານ ຫຼື ສື່ລະຫວ່າງຜູ້ສົ່ງກັບຜູ້ຮັບ ໂດຍສົ່ງຜ່ານຊ່ອງທາງນໍາສານ ຫຼື ສື່ ເພື່ອໃຫ້ເກີດຄວາມເຂົ້າໃຈເຊິ່ງກັນ ແລະ ກັນ
ການສື່ສານຂໍ້ມູນ (Data Communication) ໝາຍເຖິງ ຂະບວນການ ຫຼື ວິທີການຖ່າຍທອດຂໍ້ມູນ ລະຫວ່າງຜູ້ໃຊ້ກັບຄອມພິວເຕີ ທີ່ມັກຈະຢູ່ຫ່າງໄກກັນ ແລະ ຈໍາເປັນຕ້ອງອາໄສລະບົບການສື່ສານໂທລະຄົມມະນາຄົມ (Telecommunication) ເປັນສື່ກາງໃນການຮັບສົ່ງຂໍ້ມູນ.

2.  ອົງປະກອບຂອງລະບົບສື່ສານຂໍ້ມູນ
ອົງປະກອບພື້ນຖານຂອງລະບົບສື່ສານຂໍ້ມູນ ປະກອບດ້ວຍ:
1.       ຂໍ້ມູນ/ຂ່າວສານ (Data/Message) ຄື ຂໍ້ມູນ ຫຼື ສາລະສົນເທດຕ່າງໆ ທີ່ຕ້ອງການສົ່ງໄປຍັງຜູ້ຮັບ ໂດຍຂໍ້ມູນ/ຂ່າວສານອາດປະກອບດ້ວຍຂໍ້ຄວາມ, ຕົວເລກ, ຮູບພາບ, ສຽງ, ວີດິໂອ ຫຼື ສື່ປະສົມ
2.       ຜູ້ສົ່ງ (Sender) ຄື ຄົນ ຫຼື ອຸປະກອນທີ່ໃຊ້ສໍາລັບສົ່ງຂໍ້ມູນ/ຂ່າວສານ ເຊິ່ງອາດເປັນເຄື່ອງຄອມພິວເຕີ ໂທລະສັບ ກ້ອງວີດິໂອ ຈານດາວທຽມ ເປັນຕົ້ນ
3.       ຜູ້ຮັບ (Receiver) ຄື ຄົນ ຫຼື ອຸປະກອນ ທີີ່ໃຊ້ສໍາລັບຮັບຂໍ້ມູນ/ຂ່າວສານ ທີ່ທາງຜູ້ສົ່ງຂໍ້ມູນສົ່ງໃຫ້ ເຊິ່ງອາດເປັນເຄື່ອງຄອມພິວເຕີ ໂທລະສັບ ເຄື່ອງພິມ ຈານດາວທຽມ ເປັນຕົ້ນ
4.       ສື່ກາງໃນການສົ່ງຂໍ້ມູນ (Transmission media) ຄື ອຸປະກອນ ຫຼື ສິ່ງທີ່ທໍາໜ້າທີ່ຮັບສົ່ງຂໍ້ມູນ/ຂ່າວສານ ໄປຍັງຈຸດໝາຍປາຍທາງ ໂດຍສື່ກາງໃນການສົ່ງຂໍ້ມູນ ຈະມີທັງແບບມີສາຍ ເຊັ່ນ: ສາຍເຄເບີ້ນ, ສາຍຍູທີພີ, ສາຍໄຟເບີຣ໌ອອພຕິກ ແລະ ສື່ກາງໃນການສົ່ງຂໍ້ມູນບໍ່ມີສາຍ ເຊັ່ນ: ຄື້ນວິທະຍຸ ໄມໂຄຣເວຟ ແລະ ດາວທຽມ
5.       ໂພຣໂທຄອລ (Protocol) ຄື ກົດເກນ ລະບຽບ ຫຼື ຂໍ້ປະຕິບັດຕ່າງໆ ທີ່ກໍານົດຂື້ນມາເພື່ອເປັນຂໍ້ຕົກລົງໃນການສື່ສານຂໍ້ມູນ ລະຫວ່າງຜູ້ຮັບ ແລະ ຜູ້ສົ່ງ ເພື່ອໃຫ້ຜູ້ຮັບ ແລະ ຜູ້ສົ່ງເຂົ້າໃຈກັນ ແລະ ສາມາດສື່ສານກັນໄດ້ຢ່າງຖືກຕ້ອງ
6.       ຊອບແວຣ໌ (Software) ເປັນໂປຣແກຣມສໍາລັບດໍາເນີນການ ແລະ ຄວບຄຸມການສົ່ງຂໍ້ມູນຜ່ານຄອມພິວເຕີ ເພື່ອໃຫ້ໄດ້ຂໍ້ມູນຕາມທີ່ກໍານົດໄວ້ ຕົວຢ່າງຊອບແວຣ໌ ເຊັ່ນ: Windows 10, Unix, Google Chrome, Internet Explorer ເປັນຕົ້ນ.

ຂໍຂອບໃຈ
http://yarkhu.blogspot.com/2019/02/blog-post_25.html

computer



ອຸປະກອນ

IT Computer ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ອັງ​ກິດ: computer) ຫຼື ອອກດີນາເຕີ (ຝ​ຣັ່ງ: Ordinateur) ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ,...